ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼອງວັນສ້າງຕັ້ງ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 74 ປີ


     ຂປລ. ສະຖານເອກອັກຄະລາດສະທູດ ສປ ຈີນ ປະຈຳ ສປປ ລາວ ຈັດງານລ້ຽງສະເຫຼີມສະຫຼອງການສະຖາປະນາ ສາທາລະນະລັດ ປະ
ຊາຊົນຈີນ ຄົບຮອບ 74 ປີ (1 ຕຸລາ 1949-1 ຕຸລາ 2023) ໃນຕອນຄ່ຳຂອງວັນທີ 26 ກັນຍາ 2023 ໂດຍມີ ທ່ານ ພົນເອກ ຈັນສະໝອນ ຈັນ
ຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ມີທູຕານຸທູດ ແລະ
ຜູ້ຕາງໜ້າອົງການຈັດຕັ້ງສາກົນ ເຂົ້າຮ່ວມ.

     ໂອກາດນີ້, ທ່ານ ຫວາງຊາງ ອຸປະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຂອບໃຈ ມາຍັງບັນ
ດາທ່ານ ທີ່ໄດ້ໃຫ້ກຽດເຂົ້າຮ່ວມງານລ້ຽງມື້ນີ້ ເຊິ່ງຕະຫລອດ 74 ປີ ທີ່ຜ່ານມາ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງພັກກອມມູນິດຈີນ ປະຊາຊົນຈີນ
ໄດ້ຜ່ານຜ່າບົດທົດສອບຢ່າງຫລວງຫລາຍ ແລະ ສາມາດ ຍາດໄດ້ຜົນສຳເລັດຢ່າງຕັ້ງໜ້າ. ປັດຈຸບັນມູນຄ່າການລົງທຶນຂອງຈີນ ຢູ່ລາວ ບັນລຸເຖິງ
3,55 ຕື້ ໂດລາສະຫະລັດ, ມູນຄ່າການລົງທຶນຂອງວິສາຫະກິດຈີນ ຢູ່ ລາວ ບັນລຸ 15,49 ຕື້ ໂດລາສະຫະລັດ, ລວມມີ 803 ໂຄງການ ແລະ
ຖືກຈັດເປັນອັນດັບ 1 ຂອງການລົງທຶນຕ່າງປະເທດຢູ່ລາວ. ໃນໄລຍະຜ່ານມາ, ສອງປະເທດ ລາວ-ຈີນ ໄດ້ມີຜົນສໍາເລັດອັນຍິ່ງໃຫຍ່ ໃນການປະ
ຕິບັດໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແລະ ໂຄງການທາງດ່ວນ ວຽງຈັນ-ວັງວຽງ ທີ່ໄດ້ເປີດນຳໃຊ້ຢ່າງເປັນທາງການແລ້ວ ເຊິ່ງເປັນການ
ຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ “ການສ້າງປະຊາຄົມ ຮ່ວມຊາຕາກຳ ຂອງມວນມະນຸດ ຂອງ ສປ ຈີນ” ທີ່ສອດຄ່ອງກັບ
ນະໂຍບາຍຂອງ ສປປ ລາວ ໃນການຫັນປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດ ເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາ
ກົນ, ເປັນການເປີດສັງກາດໃໝ່ແຫ່ງການພົວພັນຮ່ວມມືຄ້າຂາຍ, ການຂົນສົ່ງ, ການໄປມາຫາສູ່ກັນ ຂອງປະຊາຊົນສອງຊາດ ແລະ ປະຊາຊົນ
ບັນດາປະເທດໃກ້ຄຽງໃຫ້ໄດ້ຮັບຄວາມສະດວກ ແລະ ຂະຫຍາຍຕົວຂຶ້ນເປັນກ້າວໆ.

ແຫຼ່ງຂ່າວໂດຍ ກິດຕາ
ວັນທີ 28/09/2023